‹ ກັບຄືນ

FISG ໄດ້ຮັບການຍອມຮັບຈາກ FXVerify

FISG-InterStellar Group ໄດ້ຮັບການຍອມຮັບຈາກ FXVerify ສຳລັບຄວາມເປັນເລີດດ້ານສະພາບຄ່ອງ ແລະ ການດຳເນິນການຊື້ຂາຍ

FISG ໄດ້ຮັບລາງວັນ Best Liquidity & Execution Excellence Award ຈາກ FXVerify ເຊິ່ງເປັນການເນັ້ນຢ້ຳເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສະໜອງເງື່ອນໄຂການຊື້ຂາຍທີ່ມີຄຸນນະພາບສູງ ແລະ ຮັກສາມາດຕະຖານການດຳເນິນການທີ່ເຂັ້ມແຂງໃນທົ່ວສະພາບແວດລ້ອມການຊື້ຂາຍຂອງຕົນ


ໃນຕະຫຼາດການເງິນໃນປະຈຸບັນ ຄຸນນະພາບການດຳເນິນການຊື້ຂາຍມີບົດບາດສຳຄັນຫຼາຍຕໍ່ປະສົບການການເທຣດ ສະພາບການຕະຫຼາດສາມາດປ່ຽນແປງໄດ້ພາຍໃນວິນາທີ ເຮັດໃຫ້ຄວາມໄວ ຄວາມຖືກຕ້ອງຂອງລາຄາ ແລະ ການເຂົ້າເຖິງສະພາບຄ່ອງມີຄວາມສຳຄັນຫຼາຍຂື້ນເລື້ອຍໆ ສຳລັບນັກເທຣດທີ່ຕ້ອງການຄວາມສະໝ່ຳສະເໝີແລະ ປະສິດທິພາບ ການຮັບຮູ້ເລື່ອງນີ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງພື້ນຖານໂຄງລ່າງທີ່ມີຄວາມສາມາດໃນການສະໜັບສະໜູນລູກຄ້າທັງໃນສະພາບການຕະຫຼາດປົກກະຕິ ແລະ ຕະຫຼາດທີ່ມີຄວາມຜັນຜວນສູງ

ທີ່ FISG ສະພາບຄ່ອງ ແລະ ການດຳເນິນການການຊື້ຂາຍແມ່ນຄວາມສຳຄັນຫຼັກສະເໝີມາ ເຮົາບໍ່ໄດ້ມຸ່ງເນັ້ນພຽງເເຕ່ການເຂົ້າເຖິງຕະຫຼາດເທົ່ານັ້ນ ເເຕ່ພວກເຮົາຍັງເຮັດວຽກຢ່າງຕໍ່ເນື່ອງເພື່ອເພີ່ມປະສິດທິພາບລະບົບພື້ນຖານທີ່ຮອງຮັບທຸກໆການຊື້ຂາຍ ຕັ້ງແຕ່ການປັບປຸງເຕັກໂນໂລຢີ ແລະ ຄວາມໝັ້ນຄົງຂອງແພລດຟອມ ຈົນເຖິງປະສິດທິພາບການດຳເນິນການ ແລະ ປະສິດທິພາບໃນການດຳເນີນງານ ການຍົກລະດັບແຕ່ລະຢ່າງແມ່ນຖືກອອກແບບມາເພື່ອຊ່ວຍໃຫ້ນັກເທຣດເຂົ້າເຖິງຕະຫຼາດດ້ວຍຄວາມໝັ້ນໃຈ


ການເປັນທີ່ຍອມຮັບຈາກ FXVerify ສະທ້ອນໃຫ້ເຫັນເຖິງການລົງທຶນຢ່າງຕໍ່ເນື່ອງໃນດ້ານເຕັກໂນໂລຊີ ການຄຸ້ມຄອງຄວາມສ່ຽງ ແລະ ພື້ນຖານໂຄງລ່າງການຊື້ຂາຍ ເມື່ອສະພາບແວດລ້ອມການຊື້ຂາຍມີຄວາມຊັບຊ້ອນຫຼາຍຂຶ້ນ ໂບຣກເກີນາຍໜ້າຊື້ຂາຍຕ້ອງມີການພັດທະນາຢ່າງຕໍ່ເນື່ອງເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນສະໄໝໃຫມ່ ການຮັກສາສາຍພົວພັນດ້ານສະພາບຄ່ອງທີ່ເຂັ້ມແຂງ ການປັບປຸງຂະບວນການດຳເນິນການ ແລະ ການຮັບປະກັນປະສິດທິພາບຂອງເເພລັດຟອມທີ່ໜ້າເຊື່ອຖືຍັງຄົງເປັນອົງປະກອບທີ່ສຳຄັນຂອງຄວາມພະຍາຍາມດັ່ງກ່າວ

ລາງວັນດັ່ງກ່າວຍັງເນັ້ນໃຫ້ເຫັນເຖິງຄຸນຄ່າຂອງຄວາມໂປ່ງໃສ ແລະ ມາດຕະຖານການປະຕິບັດທີ່ສາມາດວັດຜົນໄດ້ພາຍໃນອຸດສາຫະກຳການເງິນ. ການປະເມີນຜົນອິດສະຫຼະເປັນເກນມາດຕະຖານທີ່ສຳຄັນສຳລັບທັງນາຍໜ້າ ແລະ ນັກລົງທຶນ ຊ່ວຍສົ່ງເສີມຄວາມຮັບຜິດຊອບ ແລະ ການປັບປຸງຢ່າງຕໍ່ເນື່ອງໃນທົ່ວຂະແໜງການ

ສຳລັບ FISG ການໄດ້ຮັບການຍອມຮັບນີ້ເປັນທັງຜົນສຳເລັດ ແລະ ການເຕືອນໃຫ້ຮູ້ເຖິງຄວາມຮັບຜິດຊອບທີ່ມາພ້ອມກັບການໃຫ້ບໍລິການເເກ່ຊຸມຊົນການຄ້າທົ່ວໂລກ ໃນຂະນະທີ່ຄວາມຄາດຫວັງຂອງຕະຫຼາດຍັງສືບຕໍ່ເພີ່ມຂຶ້ນ ຄຳໝັ້ນສັນຍາຂອງພວກເຮົາຕໍ່ຄວາມເປັນເລີດດ້ານການດຳເນີນງານຍັງຄົງບໍ່ປ່ຽນແປງ ພວກເຮົາຈະສືບຕໍ່ລົງທຶນໃນເຕັກໂນໂລຊີ ການຮ່ວມມື ແລະ ໂຊລູຊັ່ນຕ່າງໆທີ່ຊ່ວຍໃຫ້ພວກເຮົາສາມາດສະໜອງສະພາບແວດລ້ອມການເທຣດທີ່ມີການແຂ່ງຂັນ ແລະ ມີປະສິດທິພາບຕໍ່ໄປ

ນອກເໜືອໄປຈາກການດຳເນິນການ ແລະ ການສ້າງສະພາບຄ່ອງເເລ້ວ FISG ຍັງຄົງສຸມໃສ່ການສ້າງມູນຄ່າໄລຍະຍາວໃຫ້ກັບນັກເທຣດຜ່ານໂຄງການລິເລີ່ມດ້ານການສຶກສາ ຂໍ້ມູນເຊິງເລິກກ່ຽວກັບຕະຫຼາດແລະ ການປັບປຸງການບໍລິການຢ່າງຕໍ່ເນື່ອງອີກດ້ວຍ ພວກເຮົາເຊື່ອວ່າການຊື້ຂາຍທີ່ປະສົບຜົນສຳເລັດນັ້ນບໍ່ເເມ່ນການເຂົ້າເຖິງຕະຫຼາດໄດ້ພຽງຢ່າງດຽວ ແຕ່ຍັງເເມ່ນການເຂົ້າເຖິງຄວາມຮູ້ ແລະ ຊັບພະຍາກອນທີ່ຈຳເປັນໃນການບໍລິຫານຈັດການຕະຫຼາດຢ່າງມີປະສິດທິພາບອີກດ້ວຍ

ພວກເຮົາຂໍຂອບໃຈ FXVerify ທີ່ໃຫ້ການຍອມຮັບ ແລະ ຂໍຂອບໃຈທີ່ອຸດສະຫະກຳໃຫ້ຄວາມສຳຄັນໃນການຍົກລະດັບມາດຕະຖານໃນວົງການນາຍໜ້າຊື້ຂາຍຢ່າງຕໍ່ເນື່ອງ ເເລະ ສິ່ງທີ່ສຳຄັນທີ່ສຸດ ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະມອບຜົນການດຳເນິນງານ ຄວາມໜ້າເຊື່ອຖື ແລະ ການບໍລິການທີ່ນັກລົງທຶນຄາດຫວັງພັນທະມິດທາງດ້ານການເງິນທີ່ໄວ້ວາງໃຈໄດ້

ເມື່ອເເນມໄປຂ້າງໜ້າ ການເປັນທີ່ຍອມຮັບນີ້ເນັ້ນຢ້ຳໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ FISG-InterStellar Group ໃນການພັດທະນາຢ່າງຕໍ່ເນື່ອງ ເເລະ ເປັນເເຮງຜັກດັນໃຫ້ພວກເຮົາມຸ່ງໝັ້ນໃນຍົກລະດັບມາດຕະຖານການບໍລິການໃຫ້ດີຍິ່ງຂື້ນໃນອະນາຄົດ

ພ້ອມທີ່ຈະຍົກລະດັບ

ການເທຣດຂອງທ່ານໄປສູ່ລະດັບຕໍ່ໄປ